Office Hours: Mon - Fri 8:00-19:00 Sat: 8:00-14:00

ກ່ຽວກັບ TKK.fer

Our History

ປະວັດຄວາມເປັນມາຂອງພວກເຮົາ

ຈາກຈຸດເລີ່ມຕົ້ນ ອະດີດຫາປັດຈຸບັນ ເປັນໄລຍະເວລາເກືອບ 20 ປີ ໃນດ້ານການກະສິກຳ ທີ່ກຸ່ມບໍລິສັດຂອງພວກເຮົາ ໄດ້ລິເລີ່ມ ແລະ ເປັນຜູ້ນຳໃນການຜະລິດ ຜະລິດຕະພັນປັບປຸງດິນ ແລະ ປັດໄຈການຜະລິດທາງກະສິກຳ ທາງດ້ານພືດ, ສັດບົກ, ສັດນ້ຳ ຈົນໄດ້ຮັບການຍອມຮັບຂອງຄູ່ຄ້າ ທັ້ງໃນປະເທດໄທແລະຕ່າງປະເທດ. ແລະດ້ວຍເປັນບໍລິສັດຄົນໄທ ໃຊ້ວັດຖຸດິບໃນທ້ອງຖິ່ນ ເພື່ອພັດທະນາແຮ່ທາດຕ່າງໆ ທີ່ເປັນປະໂຍດຕໍ່ພືດ, ລວມທັງການຟືນຟູດິນ. ນັ່ນແມ່ນ ປຸ໋ຍ ຫຼື ຝຸ່ນ  ເພີ່ມປູ໋ຍເຄມີຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ພ້ອມທັງພັດທະນາເຕີບໂຕ ແລະ ມີບໍລິສັດໃນເຄືອຫຼາຍ ທີ່ຮັບຜິດຊອບໃນຂົງເຂດຕ່າງໆ ໄດ້ແກ່

  • ຮັບຜິດຊອບທາງດ້ານການຜະລິດ ແມ່ນ ບໍລິສັດ ຊັນເທັກ ເນເຈີໄລເຊີ ຈຳກັດ
  • ຮັບຜິດຊອບທາງດ້ານວັດຖຸດິບ ແມ່ນ ຫ້າງຫຸ້ນສ່ວນຈຳກັດ ກະເສມ ປູນມາຣ໌ລ
  • ຮັບຜິດຊອບດ້ານການຕະຫຼາດພາຍໃນປະເທດ ແມ່ນ ບໍລິສັດ ເອັນ.ພີ.ເຄ 888 ຈຳກັດ
  • ຮັບຜິດຊອບດ້ານການຕະຫຼາດຕ່າງປະເທດ ແມ່ນ ບໍລິສັດ ພາກພູມການກະສິກຳ 003 ຈຳກັດ
  • ຮັບຜິດຊອບຕໍ່ການຂົນສົ່ງ ແມ່ນ ກຸ່ມບໍລິສັດ ຮົດຮ່ວມໃນເຄືອ ບໍລິສັດ ທີທີເຄ ເຟີຕິໄລເຊີ ຈຳກັດ ແລະ ກະເສມກຸ໊ບ ເຊິ່ງມີລົດເປັນຂອງກຸ່ມຂອງເຮົາເອງ. ລົດ 6 ລໍ້, ລົດ 10 ລໍ້, ລົດພ່ວງ, ເຮັດໃຫ້ການຂົນສົ່ງໄວ ແລະ ທັນເວລາ.
321089
321090
321091
321092
321093
321094
321095
321096
321097
321098
321099
321100
321129
321130
321131
321132
321133
321140
321141
321137

ວິໄສທັດ

ວິໄສທັດຂອງເຮົາ ແມ່ນເພື່ອມຸ່ງສູ່ ຄວາມເປັນໜຶ່ງໃນດ້ານວັດຖຸດິບ ການຜະລິດແລະຈຳໜ່າ ວັດຖຸດິບ ທີ່ມີຄຸນະພາບ ໄດ້ມາດຕະຖານຕາມພະແນກການກະສິຂອງປະເທດໄທ. ເຮົາຈະມຸ່ງສູ່ຄວາມເປັນໜຶ່ງ ໃນດ້ານການຜະລິດຜະລິດຕະພັນຄຸນະພາບສູງສຸດ ແລະຈຳໜ່າຍຢ່າງມີປະສິດທິພາຍແລະໄວ ໃນລາຄາທີ່ດີທີ່ສຸດ. ຜະລິດຕະພັນດັງກ່າວ ໄດ້ແກ່ ປຸ໋ຍອົງຄະທາດ ປຸ໋ຍເຄມີ ສານອາຫານຈຸລິນຊີ ສານອາຫານເສີມ ແລະ ວັດສະດຸປັບປຸງດິນທີ່ມີຄຸນນະພາບ ແລະອີກຫຼວງຫຼາຍ.

  • ເຮົາມີເໝືອງສຳປະທານບັດ ປູນມາຣ໌ລ
  • ເຮົາມີໃບອະນຸຍາດ ໃຫ້ແຕ່ງແຮ່ ໂຮງໂມ່ ແລະວັດຖຸດິບ ເຊັ່ນ ຟອສເຟດຫີນ, ເຟີໄລ, ແຄລຊຽມ ແລະໂດໂລໄມ.
  • ເຮົາມີໂຮງງານຜະລິດປຸ໋ຍ ແລະ ວັດສະດຸປັບປຸງດິນ ໂດຍມີໃບອະນຸຍາດການຜະລິດຈາກພະແນກກະສິກຳ
  • ເຮົາມີຫ້ອງທົດລອງ ວິເຄາະຄຸນະພາບວັດຖຸດິບ ແລະ ຜະລິດຕະພັນ ຕາມມາດຕະຖານຂອງພະແນກກະສິກຳ
  • ເຮົາມີທີມວຽກວິຊາການທີ່ຊ່ຽວຊານ ດ້ານກະສິກຳ ແລະ ສາມາດໃຫ້ຄຳແນະນຳ ກ່ຽວກັບການເພາະປູກ ລວມທັງການຈັດການການກະສິກຳທົ່ວໄປ.
  • ເຮົາມີຄະນະທີ່ປຶກສາ ທີ່ເປັນຜູ້ຊ່ຽວຊານດ້ານກະສິກຳ
Our Product

ຕິດຕໍ່ພວກເຮົາ ສຳ ລັບຂໍ້ມູນເພີ່ມເຕີມ ຖ້າທ່ານຕ້ອງການຮູ້ເພີ່ມເຕີມ ກ່ຽວກັບຜະລິດຕະພັນປຸ໋ຍຕ່າງໆ ທີ່ພວກເຮົາມຮ, ກະລຸນາຕິດຕໍ່ຫາພວກເຮົາໄດ້. ພວກເຮົາຍິນດີທີ່ຈະຊ່ວຍເຫຼືອສະເໝີ!